ຍິນດີຕ້ອນຮັບທ່ານເຂົ້າສູ່ວີທີການນຳໃຊ້ລະບົບບັນຊີ (ຟຣີ)



ໜຶ່ງໃນເປົ້າໝາຍທີ່ທີມງານ ASSET ສ້າງ ໂປຣແກຣມບັນຊີອອນລາຍນີ້ແມ່ນເຮັດຂື້ນມາເພື່ອໃຫ້ຄົນທີ່ບໍ່ໄດ້ຮຽນບັນຊີມາ ກໍ່ສາມາດເຮັດເອງໄດ້ ແລະ ປະຊາຊົນທົ່ວໄປກໍ່ເຮັດໄດ້ ປຽບສະເໜືອນດັ່ງຕົນເອງໄດ້ຮຽນບັນຊີມາແລ້ວ ແລະ ບໍ່ຢາກໃຫ້ປະຊາຊົນຜູ່ມີລາຍໄດ້ຕ່ຳ ແລະເຈົ້າຂອງຈຸລະວິສາກິດຢູ່ໃນ ສປປ ລາວ ຕ້ອງມາເສັຍເວລາ ແລະ ເສັຍເງິນນຳຂອງເລັກໆນ້ອຍໆນີ້. ຂໍພຽງແຕ່ພວກເຂົາເຈົ້າສາມາດອ່ານພາສາລາວໄດ້ ແລະ ມີອິນເຕີແນັດກັບມືຖືສະມາດໂຟນ ກໍ່ບັນທຶກບັນຊີຂອງພວກເຂົາເຈົ້າເອງໄດ້ ເພື່ອຄຸ້ມຄອງແລະບໍລິຫານການເງິນຂອງຕົນເອງໄດ້ແລ້ວ ໂດຍການນຳໃຊ້ບັນຊີອອນລາຍ AssetAsia.net ເທົ່ານັ້ນກໍ່ສຸດຍອດແລ້ວ 📈